ພາສາອັງກິດEnglish · ເລີ່ມແຕ່ A1
ຄຳສັບພ້ອມຮູບ ແລະ ສຽງ, ໄວຍາກອນ, ຝຶກຟັງ, ອ່ານ ແລະ ຂຽນແບບມີຄຳແນະນຳຊ່ວຍ. ມີບົດຝຶກຫັດສອບເສັງຕາມແບບ IELTS.
hian.la ຊື່ເວັບໃໝ່ ສັ້ນ ຈື່ງ່າຍ
ບົດຮຽນສັ້ນ, ເກມ, ການທົດລອງທີ່ເຮັດເອງໄດ້ ແລະ ວິດີໂອສັ້ນ. ອະທິບາຍເປັນພາສາລາວທັງໝົດ ສຳລັບນັກຮຽນທີ່ຮຽນດ້ວຍຕົນເອງ.
HianMuan: learn English, Chinese, maths, programming, physics and chemistry in Lao, with short lessons, games, hands-on simulations and short videos.


Learn
ກົດແຖບ "ຮຽນ" ແລ້ວເລືອກວິຊາ. ແຕ່ລະວິຊາມີບົດຮຽນສັ້ນ ແລະ ເຄື່ອງມືສະເພາະວິຊາ. ຕອບຜິດກໍບໍ່ເປັນຫຍັງ: ແອັບຈະບອກຄຳຕອບທີ່ຖືກ ແລ້ວໃຫ້ລອງໃໝ່.
ຄຳສັບພ້ອມຮູບ ແລະ ສຽງ, ໄວຍາກອນ, ຝຶກຟັງ, ອ່ານ ແລະ ຂຽນແບບມີຄຳແນະນຳຊ່ວຍ. ມີບົດຝຶກຫັດສອບເສັງຕາມແບບ IELTS.
ພິນອິນ ແລະ ສຽງວັນນະຍຸດ, ຂຽນຕົວອັກສອນຈີນເທື່ອລະຂີດ, ໃຊ້ແປ້ນພິມພິນອິນ ຫຼື ຂຽນດ້ວຍນິ້ວມື. ມີບົດຝຶກຫັດສອບເສັງຕາມແບບ HSK.
ແຕ່ເລກສ່ວນ ຈົນຮອດທິດສະດີປີຕາກໍ. ໝູນໄມ້ແທກມຸມ, ນັບເນື້ອທີ່ ແລະ ໝູນເບິ່ງຮູບກ້ອນແບບ 3D. ມີຄະນິດສາດຊ່າງ ສຳລັບວຽກງານຊ່າງນຳ.
ລາກກ້ອນຄຳສັ່ງມາຕໍ່ກັນເປັນໂປຣແກຣມ ແລ້ວເບິ່ງມັນເຮັດວຽກ. ຮຽນລຳດັບ, ການເຮັດຊ້ຳ ແລະ ເງື່ອນໄຂ ຜ່ານ 24 ດ່ານ.
ການເຄື່ອນທີ່ ແລະ ແຮງ ໃນຊີວິດປະຈຳວັນ, ພ້ອມຄຳສັບພາສາອັງກິດ. ແລ້ວໄປລອງເອງໃນຫ້ອງທົດລອງ.
ທາດ ແລະ ພາວະຂອງທາດ, ທາດປົນ ແລະ ການແຍກທາດ. ສ້າງອະຕອມ ແລະ ຊັ່ງຊາສົມຜົນໃນຫ້ອງທົດລອງ.





Lab
ປ່ຽນມຸມ, ເພີ່ມນ້ຳໜັກ, ເປີດໄຟ ແລ້ວເບິ່ງຜົນທັນທີ. ແຕ່ລະໜ້າມີຄຳອະທິບາຍ, ສິ່ງທ້າທາຍ ແລະ ຄຳຖາມກວດຄວາມເຂົ້າໃຈ.

ໝູນເບິ່ງຄອມຕັ້ງໂຕະ ແລະ ມິນິພີຊີ (mini PC) ແບບ 3D, ແຕະແຕ່ລະຊິ້ນສ່ວນເພື່ອເບິ່ງຊື່ ແລະ ໜ້າທີ່, ແລ້ວລອງປະກອບເຄື່ອງເອງໃນເກມ.

ບັນທຸກເຄື່ອງລົງເຮືອໄມ້ຈົນເກືອບຫຼົ້ມ, ທາຍວ່າໝາກມ່ວງ, ໝາກພ້າວ ແລະ ຕະປູ ຈະຟູ ຫຼື ຈົມ. ເປັນຫຍັງເຮືອເຫຼັກຈຶ່ງຟູ?

ຕົ້ມນ້ຳໃນໝໍ້ໜຶ້ງ ແລ້ວໃຊ້ແວ່ນຂະຫຍາຍສ່ອງເບິ່ງອະນຸພາກນ້ອຍໆ ສັ່ນ, ເລື່ອນ ແລະ ກະຈາຍອອກຈາກກັນ. ໜຶ້ງເຂົ້າໜຽວໃຫ້ສຸກ ໂດຍໃຊ້ໄຟໜ້ອຍທີ່ສຸດ.

ໃນແທັບເລັດ ແລະ ຄອມພິວເຕີ ໜ້າຈໍຈະກວ້າງຂຶ້ນ: ແບບຈຳລອງຢູ່ເຄິ່ງກາງ, ຄຳອະທິບາຍຢູ່ທາງຂ້າງ.
Play


How it works

ເປີດ learn.hian.la ໃນເວັບບຣາວເຊີ (ເຊັ່ນ Chrome ຫຼື Safari) ໄດ້ເລີຍ ບໍ່ຕ້ອງຕິດຕັ້ງ. ເຂົ້າສູ່ລະບົບດ້ວຍເບີໂທໃນແອັບ Ohlom ໂດຍບໍ່ຕ້ອງໃຊ້ລະຫັດຜ່ານ ແລ້ວລະບົບຈະບັນທຶກຜົນການຮຽນໄວ້ໃນບັນຊີ.
For parents and teachers
Coming next
ນີ້ແມ່ນແຜນການ, ຍັງບໍ່ທັນມີໃນແອັບ.
ບົດຮຽນວິທະຍາສາດໃໝ່ ແລະ ການທົດລອງໃນບົດຮຽນ.
ໜ້າໃໝ່ສຳລັບວຽກຊ່າງ ເຊັ່ນ: ການຕໍ່ສາຍໄຟໃນເຮືອນ ແລະ ເຄື່ອງຈັກກະສິກຳ.
ແອັບສຳລັບ Android ແລະ iPhone. ຕອນນີ້ໃຊ້ຜ່ານເວັບບຣາວເຊີເທົ່ານັ້ນ.